ຍິນດີຕ້ອນຮັບສູ່ ໂຄງການສະໜັບສະໜູນການເງິນ
ອາຊີວະສຶກສາ | VEFF

ໂຄງການ VEFF ແມ່ນໂຄງການຂອງກະຊວງສຶກສາທິການແລະກິລາ ແລະ ໂດຍໃຫ້ການສະໜັບສະໜູນ ການຮ່ວມງານລະຫວ່າງ ສະຖານອາຊີວະສຶກສາ ແລະ ສະຖານປະກອບການ ທີ່ມີຄວາມສົນໃຈ ໃນການປັບປຸງຄຸນນະພາບຂອງອາຊີວະສຶກສາ ແລະ ການພັດທະນາສືມືແຮງງານ. ກະລຸນາຊອກຫາຂໍ້ມູນເພີ່ມເຕີມໃນເວັບໄຊທ໌ນີ້ ຫຼືຕິດຕໍ່ທີມງານຂອງພວກເຮົາທີ່ This email address is being protected from spambots. You need JavaScript enabled to view it..

ໂຄງການສະໜັບສະໜູນການເງິນອາຊີວະສຶກສາ ກໍາລັງຈະເປີດຮັບ ໜັງສືແຈ້ງເຈດຈໍານົງ ເພື່ອການຈັດການຮຽນ-ການສອນອາຊີວະສຶກສາ ສໍາລັບສົກຮຽນປີ 2021/22.

ໂຄງການສະໜັບສະໜູນການເງິນອາຊີວະສຶກສາ (VEFF) ແມ່ນໂຄງການທີ່ໄດ້ຮັບ ການຊ່ວຍເຫຼືອລ້າ ຈາກລັດຖະບານ ເຢຍລະມັນ, ໂດຍຜ່ານທາງ ທະນາຄານພັດທະນາເຢຍລະມັນ (KfW) ແລະ ກະຊວງສຶກສາທິການ ແລະ ກິລາ ເປັນພາກສ່ວນຈັດຕັ້ງປະຕິບັດ. 

ຈຸດປະສົງຂອງ ໂຄງການ ສະໜັບສະໜູນການເງິນ ອາຊີວະສຶກສາ ແມ່ນແນໃສ່ປັບປຸງຄຸນນະພາບຂອງອາຊີວະສຶກສາ ແລະ ການພັດທະນາສືມືແຮງງານ ໃຫ້ສອດຄ່ອງກັບຕະຫຼາດແຮງງານ ໃຫ້ຜູ້ຮຽນວິຊາຊີບມີວຽກເຮັດງານທໍາຫຼັງຮຽນຈົບ ດ້ວຍການສົ່ງເສີມ ການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ (ອສຄ)ທີ່ ຮ່ວມມືກັນລະຫວ່າງສະຖານອາຊີວະສຶກສາ ແລະ ສະຖານປະກອບການ. VEFF ໄດ້ດໍາເນີນຕາມຮູບແບບແຂ່ງຂັນເອົາທຶນສະໜັບສະໜູນ. ໃນສົກປີ 2021-22 ຜູ້ສະໝັກໃດມີບົດສະເໜີທີ່ມີຄຸນນະພາບກ່ວາໝູ່ ແມ່ນຈະໄດ້ຮັບທຶນສະໜັບສະໜູນ.

VEFF ຈະຮັບເອົາໜັງສືແຈ້ງເຈດຈໍານົງທີ່ຢື່ນຮ່ວມກັນໂດຍສະຖານອາຊີວະສຶກສາ ແລະ ສະຖານປະກອບການ. ໜັງສືແຈ້ງເຈດຈໍານົງທີ່ຈະຖືກຄັດເລືອກ ໃນເບື້ອງຕົ້ນ ຕ້ອງບັນລຸຕາມເງື່ອນໄຂທີ່ວາງໄວ້ດັ່ງຕໍ່ໄປນີ້:

  • ຢື່ນສະໝັກໂດຍສະຖານອາຊີວະສຶກສາ ໜື່ງແຫ່ງ ຮ່ວມກັບ ສະຖານປະກອບການຢ່າງນ້ອຍ ໜື່ງແຫ່ງ;
  • ຄາດໝາຍຈັດຕັ້ງປະຕິບັດເລີ່ມແຕ່ສົກຮຽນ 2021/22;
  • ຕ້ອງການໃຫ້ສະໜັບສະໜູນທາງດ້ານການເງີນບໍ່ເກີນໃນໄລຍະ 2 ປີ (ຈົນເຖິງ ເດືອນຕຸລາ 2023), ໝາຍເຫດ: ຫຼັກສູດໃດມີໄລຍະ 3 ປີ ຈະໄດ້ຮັບທຶນສະໜັບສະໜູນໃນປີທີ 1 ແລະ 2 ເທົ່ານັ້ນ;
  • ຜູ້ສະໝັກ ແມ່ນຊຸກຍູ້ ໃນການສົ່ງເສີມການເຂົ້າຮຽນອາຊີວະສຶກສາຂອງຜູ້ຍິງ, ຜູ້ທີ່ເປັນຊົນເຜົ່າ, ພິການ ແລະ ຜູ້ດ້ອຍໂອກາດ;
  • ຈໍານວນຜູ້ເຂົ້າຮຽນວິຊາຊີບ ລວມທັງ ເປີເຊັນການເຂົ້າຮຽນຜູ້ຮຽນວິຊາຊີບຂອງຜູ້ຍິງ ຈະໄດ້ຖືກພິຈາລະນາ ຢູ່ໃນຂະບວນການປະເມີນ;
  • ໜັງສືແຈ້ງເຈດຈໍານົງຈະຕ້ອງນໍາສົ່ງໃຫ້ຫ້ອງການໂຄງການ ບໍ່ໃຫ້ກາຍ ວັນທີ 15.02.2021.

ຜູ້ສະໝັກທີ່ໄດ້ຮັບການຄັດເລືອກໃນເບື້ອງຕົ້ນ ຈະໄດ້ຮັບການແຈ້ງຕອບກັບ ໃຫ້ເຂົ້າຮ່ວມໃນຂັ້ນຕອນສະເໜີຂໍເອົາທຶນສະໜັບສະໜູນຂອງໂຄງການ VEFF ໂດຍຢື່ນເອກະສານການສະໝັກຂໍທຶນສະໜັບສະໜູນອັນຄົບຊຸດ. VEFF ຈະສະໜອງທີ່ປຶກສາເພື່ອຊ່ວຍກະກຽມເອກະສານການສະໝັກຂໍທຶນ.

ລາຍລະອຽດຂອງເງື່ອນໄຂ ແລະ ປະເພດການໃຫ້ທຶນສະໜັບສະໜູນສາມາດເບີ່ງໄດ້ໃນ ເວັບໄຊຂອງໂຄງການ VEFF.

ສະຖານອາຊີວະສຶກສາ ແລະ ສະຖານປະກອບການໃດທີ່ສົນໃຈ ເຊີນຕິດຕໍ່ ມາຫາຫ້ອງການໂຄງການ VEFF  

ໂທລະສັບ: 030 - 5595986

ອີເມວ: This email address is being protected from spambots. You need JavaScript enabled to view it.