ໃນທ້າຍປີ 2019, ຫ້ອງການບໍລິຫານ ໂຄງການ VEFF ໄດ້ພິຈາລະນາ ໜັງສືແຈ້ງເຈດຈຳນົງ (EoI) ສະບັບທຳອິດ. ທີ່ສະເໜີ ໂດຍໂຮງຮຽນເຕັກນິກ - ວິຊາຊີບ ເວດສະພົງ (ຂື້້ນທະບຽນກັບ ກະຊວງສຶກສາທິການ ແລະ ກິລາ) ແລະ ກຸ່ມບໍລິສັດຜະລິດເຟີນີເຈີໃນນະຄອນຫຼວງວຽງຈັນ ຈຳນວນໜຶ່ງ ທີ່ຄຳນຶງເຖິງການຮຽນອາຊີວະຮ່ວມກັບການຜະລິດເຄື່ອງເຟີນີເຈີ. ການພິຈາລະນາໄດ້ດຳເນີນໂດຍ ຜູ້ປະເມີນສາມທ່ານ ໃນການໃຫ້ຄະແນນຕາມຄວາມເໝາະສົມ ເພື່ອສືບຕໍ່ດຳເນີນການຂັ້ນຕໍ່ໄປ ໂດຍອີງຕາມການປື້ມຄູ່ມືການປະຕິບັດງານ VEFF.

ໃນບາດກ້າວຕໍ່ໄປ ໂຄງການ VEFF ແມ່ນຈະຄັດເລືອກ ແລະ ຮ່າງສັນຍາ ກັບ ທີ່ປຶກສາດ້ານອາຊີວະສຶກສາ ເພື່ອສະໜັບສະໜູນ ບັນດາຄູ່ຮ່ວມງານຂອງສະຖານອາຊີວະສຶກສາແລະ ສະຖານປະກອບການໃນການກະກຽມ ການສະໝັກຂໍທຶນສະໜັບສະໜູນ ໂຄງການ VEFF ທີ່ຈະຍື່ນໃບສະເໜີ ພາຍໃນເດືອນມີນາ 2020.